ປີໃໝ່ມາຮອດແລ້ວ.......ເອົາຫຍັງແນ່ມານຳ
ຫຼືວ່າມາຄືເຮົາ................ຫວ່າງລົງມາກ້ຳ
ດິນແດນກວ້າງ..............ປັຖພີໂລກລຸ່ມ
ມີແຕ່ໂຕຂໍ້ຫຼໍ້..................ທັງຫົວກໍ້ຂາດຜົມ

ຫວັງວ່າເຣີ້ມປີນີ້..............ສຸຂີຈົ່ງນຳທາງ
ບຸກເບີກເບີຍນຳໄປ...........ສູ່ຈຸດໝາຍນັ້ນ
ທຸກແຂນງແນວສ້າງ..........ໃຫ້ເຫັນຜົນໝາຍມຸ່ງ
ຢ່າມີເວນຈ່ອງທ້າຍ............ເຮືອຫຼົ້ມຫວ່າງແປວ...ເທາະໜາ.

ໃຫ້ຍາດມິດພີ່ນ້ອງ...............ຈິດພ່ອງເຫັນໄກ
ຂໍຮ່ຳຮອນຄນຶງຄິດ...............ສູ່ແນວໃຫ້ຖັນຖ້ວນ
ຄວາມຜິດຫວັງຄາວກີ້...........ຢ່າຄືນມີອີກໃໝ່
ຂໍປີຈົ່ງຊອຍຊວ້ານ...............ທຸກຄົນໄດ້ດັ່ງໝາຍ

ຄວາມຫຼັງໄລລະຖິ້ມ..................ຂົມຂື່ນຂິນຫູ
ຂໍຈົ່ງເຫັນແສງສີ....................ສິ່ງງາມໃນທ້ອງ
ພາຍລຸ່ມຟ້າ...........................ຄືສຸຣິຍາຍາມຄ່ຳ
ຂໍໂທດ-ອະໄພຈົ່ງໃຫ້.................ກັນໄວ້ກ່ອນຕາຍ...ຫັ້ນແຫຼ້ວ!
ຄືນນີ້ຍັງບໍ່ຜ່ານ..

ຄວາມໜາວຄານຄຸກເຂົ້າ.......ເຖິງແກ່ນຫົວໃຈ
ເກັງວ່າມັນຈະຫຼຸດ..............ຫຼົ່ນລົງເຫວແລ້ວ
ຜືນແຜ່ນແພຜາຍຕູ້ມ..........ຄຸມກາຍບໍ່ຫາຍສ່ຳ
ໄດ້ຮຽງນາງກອດນ້ອງ..........ໜາວກໍ້ຄ່ອຍວ່າໄຄ

ເຫັນໃຈເດຜູ່ຢູ່ກ້ຳ...............ເຂດດ່ານແດນໜາວ
ໄກຖິ່ນຖານມານດາ..............ອຸ່ນແສງສຸຣີຄ້າຍ
ຍາມສາຍລົມວອຍກ້ຽວ..........ຝາໃບຕອງຍັງຕ້ານຢູ່
ບາດຜູ່ໜາວຫ່າງບ້ານ......... ..ເຢັນຈ້ອຍໆກະດູກດຳ

ອົດທົນເດີພີ່ນ້ອງ....................ພາກແຜ່ນປັຖພີ
ໄກຍ່ານແດນຈຳປາ.................ຢ່າປ່ອຍກັນໃຫ້ໝອງຊ້ຳ
ເຫັນໃຜກັມເກາະແຫ້ນ.............ແຄນເຄືອງເຂັນຂອດ
ສອດສົ່ງເສັຍຊ່ອຍທ້ອນ..........  ..ຕາມຂັ້ນທີ່ມີ

ຢ່າໄດ້ໄລລືມຖິ້ມ......................ຍາດໝູ່ພົງພັນ
ໃຫ້ສົມບັນບຸຣຸດເຮົາ..................ສັ່ງສອນເສີມຊີ້
ຜູ່ໃດດີສຸຂລົ້ນ........................ຜູ່ຄົນຈົນຈົ່ງແບ່ງ-
ຮັກແພງກັນດັ່ງດ້າມ..................ສາຍເຊື້ອອີ່ແມ່ດຽວ...ວ່ານາ.
ຈາກໄປແຕ່ນົມນານ...
ບໍ່ຮູ້ຈະເອີ່ຍຂານຄຳໃດດີ
ຢາກບອກວ່າຄິດເຖິງທຸກເວລານາທີ
ທຸຣະສຳຄັນມີມາກມາຍ

ກັບມາແລ້ວວາດວ່າເຂີນໆຄຳ
ໃນຄວາມຈຳຍັງຮ່ຳຫາມິເວັ້ນວາຍ
ພົບເພື່ອນມິດມາກໜ້າຍັງຄິດຫາເພື່ອນເກົ່າບໍ່ຫາຍ
ຂໍຢ້ຳຄວາມໝາຍສຳພັນໃຫ້ໝັ້ນຄົງ

ຄິດເຖິງສເມີຄິດເຖິງທຸກຄົນໃບໜ້າແຈ່ມໃສ
ໃນຫົວໃຈໃນຫ້ວງສຳນຶກຢ່າງພະວົງ
ຄວາມເປັນຢູ່ຮ້ອນຮົນແທບມ້ວຍມອດລົ
ໂລກທີ່ເຂົາບົ່ງກົດເກນຄວາມເປັນຄົ

ກັບຄືນມາແລ້ວ ກັບຄວາມຄິດເຖິງ
ຫວັງຈະໄດ້ເບີ່ງໜ້າຕາກັນໄປອີກດົນ
ເວລາຍັງມີຝາກຄວາມຫ່ວງໃຍກັງວົນ
ວ່າທຸກຄົນເພື່ອນຮັກຈົ່ງຢູ່ດີ!!