ບ້ານເມືອງຄົນເຖື່ອນ

                        ໄປໃສມາກະບໍ່ສົມເພດເວທນານຳໃຜອື່ນປານໃດທີ່ພວກເຂົາຖືກກັ່ນຖືກແກ້ງ
                         ດ້ວຍບັນດາພວກໃຊ້ອຳນາດເກີນຂອບເຂດ,  
                         ແຕ່ຫາກຍາມໃດໄດ້ຮູ້ເຖິງຄວາມບໍ່ທ່ຽງທັມໃນສັງຄົມຢູ່ບ້ານໂຕເອງແລ້ວມັນແສນອົດສູໃຈ
                         ແລະແສບແຄ້ນແໜ້ນໃນຫົວອົກຫົວໃຈ.
                         ຂ່າວຮ້າຍມັກມີມາສເມິຍາມເມື່ອວ່າບັນດາເຈົ້າໃຫຍ່ນາຍໂຕພາກັນໃຊ້ກົດເກັນ
                          ທາງກົດໝາຍເພື່ອໃຊ້ເພື່ອຜົນປະໂຍດຂອງກຸ່ມຄົນຜູ່ຄອງອຳນາດ
                          ຈະແມ່ນຈາກພັກທີ່ຄອງປະເທດ, ຈາກທະຫານ,
                          ຕຳຣວດຫຼືໃຜໆທີ່ຖືວ່າເປັນຜູ່ປົກປັກຮັກສາຄວາມປອດໄພແລະຄວາມເປັນທັມໃນສັງຄົມ
                          ຊ້ຳກັບມາເປັນຜູ່ຢູ່ເໜືອກົດໝາຍ...
                          ເປັນຫຍັງຈື່ງເປັນໄປແບບນັ້ນ?
                          ເປັນຫຍັງມະນຸສຕາດຳໆຄືກັນມາເປັນເໝືອນໝາຈອກຕໍ່ກັນ?
                          ຫຼືວ່າ ໃຜແຮງດີກໍຫາຂີ່ຫົວຜູ່ແຮງນ້ອຍດ້ອຍປັນຍາ?
                          ນີ້ຕິທີ່ມັນໜ້າອົດສູໃຈແທ້ໆ.
                           ດັ່ງນັ້ນໃນເມືອງຄົນເຖື່ອນຈື່ງມີພຽງຄວາມຫວາດກົວແມ່ນແຕ່ເງົາໂຕເອງ.
                            ບໍ່ຢາກເຫັນຢາກຢູ່ໃນເມືອງຈັ່ງຊີ້, ແຕ່ຫຼາຍໆຄົນຫາທາງຫຼີກລ້ຽງບໍ່ໄດ້
                            ກະຈຳເປັນຕ້ອງຢູ່ໄປຊາມຮອດມື້ຕາຍ.
                            ແມ່ນຈະເຈັບຈະແສບໃນຫົວໃຈພຽງໃດ
                            ກໍໄດ້ພຽງແຕ່ຍິ້ມແສບໆເອົາເປັນຢາກຳລັງໃຈສູ້ກັບຄວາມອະທັມທີ່ເຕັມທົ່ວເມືອງ,
                            ທົ່ວປະເທດທີ່ຄົນພານມີອຳນາດ!
                            ເກີດຊາດໃດກໍຂໍຢ່າໃຫ້ໄດ້ພົບໄດ້ພານບ້ານເມືອງຈັ່ງຊີ້ອີກ...
                            ແລະຂໍວິ່ງວອນໃຫ້ທຸກໆຄົນກະຈົ່ງຢ່າໄດ້ພົບຄືກັນ!
                             ເພາະຊີວິດນີ້ສັ້ນ
                             ສົມຄວນໄດ້ມີແຕ່ຄວາມສຸຂສຳຣານໃຈ
                             ຈວບຮອດວາຣະສຸດທ້າຍ,,,
                              ຫວັງໄວ້ຢ່າງແຮງ...
                                                                                                                      ຂາເຕົ່າ.

ເພື່ອວ່າ...

                                   ຄິດວ່າຈະຮຽນສ້າງ,,ບລ໋ອກ,,ນຳລູງເມືອງແຄນ,                      

                                   ທຳອິດຄິດວ່າມັນຈະງ່າຍເຮັດໄປຕາມຄຳແນະນຳນັ້ນຕາມແຕ່ລະບາດກ້າວ
                                   ກໍຈະໄດ້ ບລ໋ອກດັ່ງຄິດໄວ້.
                                   ອີ່ແມ່ເອີຍມັນບໍ່ງ່າຍຄືຂຽນກອນແບບຢອກສາວນ້ອຍນັ້ນເລີຍ.
                                    ແນວວ່າຫົວເຮົາມັນເຂົ້າສນິມມາແຕ່ໃດທາງດ້ານ ໄຮເທັກນີ້!
                                    ກັບໄປວຽນມາຢູ່ກະຍັງບໍ່ທັນເຫັນສົ້ນເລີຍພັກຜ່ອນມາຂຽນບົທຄວາມສັ້ນໆ
                                    ນີ້ໄປເພື່ອເປັນການປ່ຽນບັນຍາກາດແລະແກ້ອາຣົມຂຸ່ນຍ້ອນ ວ່າ        
                                    ຫົວຫຼູູ້ຍແລະຣະບົບໃນຄອມມັນກະບໍ່ໃຫ້ຄວາມສດວກປານໃດ!
                                    ແທນທີ່ຈະມີ ບລ໋ອກກັບຫົວຂໍ້ເຣື້ອງອັນດຽວເປັນຝັ່ງເປັນຝາ ກັບມີຫົວຂໍ້

                                    ແລ້ວຕັ້ງສາມ...
                                    ມີ ຂາເຕົ່າ ເອ໋ກສ໌ ໂປ, ເອ້ ອັກສອນ ແລະດົງໄຜ່..
                                    ກ່ອນວ່າຊິໄດ້ເປັນແຜ່ນເປັນຝາຢ້ານວ່າຈະມີ ບລ໋ອກເປັນສີບໆ!
                                    ຄິດມາແລ້ວກະສິເຄືອງໃຈນຳໂຕເອງ..
                                    ຊ່າງເທາະນໍໄດ້ສ່ຳນີ້ກະດີແລ້ວ ບໍຕ້ອງໃຫ້ຄວາມສຳຄັນປານໃດ..
                                    ແທ້ຈິງກໍຄວນສ້າງໃຫ້ມັນງາມແລະເປັນສີທີ່ງົດງາມດືງດູດໃຈຜູ່ກາຍມາ..
                                    ເອົາໄວ້ໃຫ້ນ້ຳຖ້ວມຫຼັງເປັດພຸ້ນແຫຼະກ່ອນ..
                                     ວ່າຈັ່ງຊີ້ທໍ່ນີ້ເດິ.
                                                                                                                                           ຂາເຕົ່າ.